ໃນວັນທີ 13 ກໍລະກົດ, 2025, ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງ ເຂົ້າເປັນມໍຣະດົກໂລກ ແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ເຂດມໍຣະດົກໂລກທາງທຳມະຊາດ
ທ່ານ ປະລີນຍາເອກ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ພ້ອມຄະນະວິຊາການຈາກກົມປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ແລະ ກອງຄຸ້ມຄອງອຸທິຍານແຫ່ງຊາດຫີນໜາມໜໍ່ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກຳມະການມໍຣະດົກໂລກຄັ້ງທີ 47 ທີ່ ສຳນັກງານໃຫຍ່ອົງການອຸຍແນັສໂກ ທີ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.
ໃນວັນທີ 10-13 ກໍລະກົດ 2025, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແລະ ໃນນາມປະທານຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ ເປັນຫົວໜ້າຄະນະ ພ້ອມດ້ວຍ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງແຂວງຄຳມ່ວນ ແລະ ທ່ານ ນາງ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໃນນາມຄະນະກໍາມະການມໍຣະດົກແຫ່ງຊາດ ເປັນຮອງຫົວໜ້າຄະນະ ພ້ອມດ້ວຍ ຄະນະວິຊາການຕິດຕາມ ນໍາໂດຍ ທ່ານ ຮສ ປອ ສົມຫວັງພິມມະວົງ ຫົວໜ້າກົມປ່າໄມ້, ທ່ານ ພະຂັນໄຊ ຫົວໜ້າກົມມໍຣະດົກ, ກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ເດດສັກສາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ພ້ອມວິຊາການຕິດຕາມ ຈາກຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ແຂວງຄໍາມ່ວນ ເຂົ້າຮ່ວມກອງປະຊຸມຄະນະກຳມະການມໍຣະດົກໂລກຄັ້ງທີ 47 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.
ກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ຈັດຂຶ້ນລະຫວ່າງວັນທີ 6-16 ກໍລະກົດ 2027 ທີ່ ສໍານັກງານໃຫຍ່ອົງການອຸຍແນັສໂກ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເຫັນດີຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ, ສປປ ລາວ ເຂົ້າເປັນມໍຣະດົກໂລກ ແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ເຂດມໍຣະດົກໂລກທາງທຳມະຊາດ, ແຂວງກວາງຈີ ຂອງ ສສ ຫວຽດນາມ.
ອຸທິຍານແຫ່ງຊາດຫີນໜາມໜໍ່ ແມ່ນໜື່ງໃນ 8 ອຸທິຍານແຫ່ຊາດຂອງສປປລາວ ທີ່ມີຄຸນຄ່າທາງທຳມະຊາດ ເຊີ່ງມີຄວາມໂດດເດັ່ນທາງດ້ານທໍລະນີສາດຫຼາຍຮ້ອຍລ້ານປີ ສະແດງໃຫ້ເຫັນວິວັດທະນາການທາງດ້ານທໍລະນີວິທະຍາພູຫີນປູນ ແລະ ຖໍ້ານ້ຳລອດເຊບັ້ງໄຟ ທີ່ເປັນຖໍ້ານ້ຳລອດທີ່ໃຫຍ່ແຫ່ງໜຶ່ງໃນພາກພື້ນ ແລະ ໃນໂລກ; ຄວາມຫຼາກຫຼາຍຂອງລະບົບນິເວດປ່າໄມ້ ປະກອບມີພັນພືດຫຼາຍກວ່າ 2700 ຊະນິດພັນ ແລະ ພັນສັດມີກະດູກສັນຫຼັງຫຼາຍກວ່າ 800 ຊະນິດພັນ, ສັດລ້ຽງລູກດ້ວຍນົມ 154 ຊະນິດພັນ, ສັດເລືອຄານ 117 ຊະນິດພັນ, ສັດເຄິ່ງບົກເຄິ່ງນ້ຳ 58 ຊະນິດພັນ, ນົກ 314 ຊະນິດພັນ ແລະ ປາ ຈຳນວນ 170 ຊະນິດພັນ ພີເສດ ມີພັນພືດ ແລະ ສັດທີ່ໂດດເດັ່ນ ແລະນອນໃນບັນຊີໃກ້ສູນພັນ ແລະ ເປັນສາຍພັນສະເພາະຖິ່ນ ທີ່ບໍ່ມີບ່ອນໃດໃນໂລກ ແລະ ພົບເຫັນໄດ້ໃນເຂດສາຍພູຫຼວງຕາມຊາຍແດນລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ເຊັ່ນ: ສັດປະເພດຕະກຸນລີງຂັ້ນສູງ ແລະ ລ້ຽງລູກດ້ວຍນົມ ໂຕຂາແດງ, ໂຄ່ງ, ທະນີແກ້ມຂາວຖິ່ນໃຕ້, ຟ່ານເຂົາໃຫຍ່, ຂະຍຸ, ແລະ ນົກກົກຄຳ ເປັນຕົ້ນ.