Logo

ວິໄສທັດ: ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນານາພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ. ເປົ້າໝາຍ: ຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທໍາລາຍ. ພື້ນຟູບູລະນະ ແລະ ພັດທະນາ ປ່າໄມ້ທີ່ຊຸດໂຊມ ໃຫ້ມີຄວາມອຸດົມສົມບູນ ເປັນແຫຼ່ງສະສົມສິນເຊື່ອກາກບອນ, ບໍລິການທ່ອງທ່ຽວ ແລະ ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກຳປຸງແຕ່ງໄມ້ ທີ່ມີການນຳໃຊ້ ເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ທັນສະໄໝ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການສ້າງລາຍຮັບ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ກອງປະຊຸມປຶກສາຫາລື ເພື່ອຮັບຮອງຂັ້ນວິຊາການກ່ຽວກັບ ຄໍາສັ່ງ 05/ນຍ

Untitled 2

ກອງປະຊຸມປຶກສາຫາລື ເພື່ອຮັບຮອງຂັ້ນວິຊາການກ່ຽວກັບ ຄໍາສັ່ງ 05/ນຍ
        ເພື່ອເພີ່ມທະວີຄວາມເຂັ້ມງວດ ແລະ ເອົາໃຈໃສ່ປະຕິບັດໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບ ໃຫ້ຖືກຕ້ອງຕາມລະບຽບກົດໝາຍໂດຍສະເພາະແມ່ນ ບັນດາກົດໝາຍ, ລະບຽບຫຼັກການ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ. ສະນັ້ນ, ໃນວັນທີ 23 ມິຖຸນາ 2025 ກົມປ່າໄມ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບສຸດທ້າຍ ເພື່ອຮັບຮອງຂັ້ນວິຊາການ ກ່ຽວກັບ ຄໍາສັ່ງ 05/ນຍ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ຂຶ້ນທີ່ ຫ້ອງປະຊຸມ ຣີສອດນາປ່າກວາງ, ມ. ແກ້ວອຸດົມ, ຂ. ວຽງຈັນ ໂດຍການເປັນປະທານຂອງ ທ່ານ ຮສ. ປອ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້. ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າພະແນກ ທີ່ມາຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ອົງການໄອຍະການ, ຄະນະກອງເລຂາຮັບຜິດຊອບ ຮ່າງຄໍາສັ່ງ ພ້ອມດ້ວຍ ຕາງໜ້າຈາກຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
        ຈຸດປະສົງ ຂອງ ຄໍາສັ່ງ 05/ນຍ ແມ່ນເພື່ອເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດວຽກງານຄຸ້ມຄອງ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ກ່ຽວກັບ ການລ້ຽງ, ຂະຫຍາຍພັນ, ມີໄວ້ໃນຄອບຄອງ, ຄ້າຂາຍ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ໃຫ້ສອດຄ່ອງຕາມກົດໝາຍ, ລະບຽບການ ທີ່ລັດຖະບານໄດ້ວາງອອກ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ. ທ່ານ ຄໍາພອນ ບຸນທະວີ ຫົວໜ້າພະແນກ ຄຸ້ມຄອງສັດປ່າ ແລະ ສົນທິສັນຍາສາກົນ (CITES) ໄດລາຍງານສະພາບການປັບປຸງ ຄໍາສັ່ງ 05/ນຍ ໃນໄລຍະຜ່ານມາ ແລະ ນໍາສະເໜີ ໂດຍຍົກເຫດຜົນ ແລະ ຄວາມຈໍາເປັນ ຂອງແຕ່ລະເນື້ອໃນທີ່ໄດ້ມີການປັບ ໂດຍສະເພາະແມ່ນ ໃຫ້ຢຸດຕິ ການລ່າ, ລ້ຽງ, ຂະຫຍາຍພັນ, ມີໄວ້ໃນຄອບຄອງ, ສົ່ງອອກຄືນ ແລະ ສົ່ງຜ່ານ ສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ; ໃຫ້ຢຸດຕິ ການສ້າງຕັ້ງ ຟາມສັດປ່າ ທີ່ຢູ່ໃນບັນຊີ I ຂອງ ສປປ ລາວ ແລະ ໄຊເຕສ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ. ໃນທີ່ປະຊຸມ ບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ປຶກສາຫາລື ແລະ ຄົ້ນຄວ້າ ກ່ຽວກັບ ເນື້ອໃນຮ່າງ ຄໍາສັ່ງດັ່ງກ່າວ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ມີເນື້ອໃນຄົນຖ້ວນສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ບັນລຸຕາມເປົ້າໝາຍທີ່ກໍານົດໄວ້.

ແຫຼ່ງຂໍ້ມູນ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ



homescontents
homescontents