ພີທີມອບຮັບໜ້າທີ່ຫົວໜ້າສະຖາບັນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເກົ່າ-ໃໝ່
Untitled 2 p.MsoNormal {margin-top:0cm; margin-right:0cm; margin-bottom:8.0pt; margin-left:0cm; line-height:115%; font-size:12.0pt; font-family:"Calibri",sans-serif; }
ຕອນເຊົ້າ ຂອງວັນທີ 4 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ເກົ່າ) ໄດ້ມີພິທີມອບ-ຮັບ ສະຖາບັນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍຫຼັງທີ່ໂຮມເຂົ້າເປັນສະຖາບັນນິຕິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຢ່າງເປັນທາງການ ລະຫວ່າງ ທ່ານ ລຽນໄຊ ບຸນມະນີວັນ ຫົວໜ້າສະຖາບັນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຜູ້ເກົ່າ) ແລະ ທ່ານ ຄໍາແສນ ອຸ່ນຄໍາ ຫົວໜ້າ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ຜູ້ໃໝ່) ໃນໂອກາດນີ້ໄດ້ຮັບກຽດເປັນປະທານ ໂດຍ ທ່ານ ປອ. ລິນຄໍາ ດວງສະຫວັນ ເລຂາຄະນະພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມນີ້ກໍ່ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານ ລຽນໄຊ ບຸນມະນີວັນ ຫົວໜ້າສະຖາບັນຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ (ຜູ້ເກົ່າ) ໄດ້ຂຶ້ນລາຍງານການໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນ ແລະ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ (2021-2025) ທັງໃນສ່ວນຂອງວຽກງານທີ່ສຳເລັດ ແລະ ຄົງຄ້າງເພື່ອມີການ ສານຕໍ່ ວຽກງານຈາກຜູ້ທີ່ມາຮັບໜ້າທີໃໝ່ ຊຶ່ງສະຖາບັນຄົ້ນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກອບມີ 4 ພະແນກ ແລະ 1 ຫ້ອງທົດລອງ; ມີພະນັກງານວິຊາການທັງໝົດ 55, ຍິງ 23 ທ່ານ ປະກອບມີ ຄະນະສະຖາບັນ 3 ທ່ານ, ຍິງ 1 ທ່ານ. ໃນນັ້ນ, ມີຫົວໜ້າ 1 ທ່ານ, ຮອງຫົວໜ້າ 2 ທ່ານ, ຍິງ 1 ທ່ານ, ມີ ລະດັບວິຊາສະເພາະປະລິນຍາເອກ 1 ທ່ານ, ປະລິນຍາໂທ 28 ທ່ານ, ຍິງ 11 ທ່ານ, ປະລິນຍາຕີ 22 ທ່ານ, ຍິງ 9 ທ່ານ, ຊັ້ນສູງ 4 ທ່ານ. ໄລຍະຜ່ານມາໄດ້ນໍາພາ-ຊີ້ນາຈັດຕັ້ງປະຕິບັດວຽກງານວິຊາສະເພາະ ມີຜົນສໍາເລັດຫລາຍດ້ານເຊັ່ນ: ວຽກງານສະຖິຕິ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ວຽກງານຄົ້ນຄ້ວາການນໍາໃຊ້ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ວຽກງານແບບຈໍາລອງ ວຽກງານຕິດຕາມໝອກຄວັນ: ແລະ ວຽກງານຫ້ອງທົດລອງ.
ໃນທິທີທີ່ສຳຄັນນີ້, ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ປະທານກອງປະຊຸມ ກໍ່ໄດ້ໃຫ້ການໂອ້ລົມ ແລະ ໃຫ້ທິດຊີ້ນຳໃຫ້ແກ່ຄະນະເກົ່າ ແລະ ໃໝ່ ກ່ຽວກັບ ທິດທາງແຜນການເຮັດວຽກໃນອະນາຄົດໂດຍຫຍໍ້ເພື່ອສືບຕໍ່ເຮັດໃຫ້ວຽກງານມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທ່ີວຽກງານທີ່ໄດ້ຮັບການມອບໝາຍ ໂດຍການປັບປຸງແບບແຜນວີທິເຮັດວຽກ, ບົນພື້ນຖານເຮັດວຽກໃຫ້ມີແຜນການ, ມີການນຳພາ-ຄຸ້ມຄອງບັນຊາວຽກງານ, ມີການຕິດຕາມ, ກວດກາ, ປະເມີນຜົນ, ສະຫຼຸບຖອດຖອນບົດຮຽນ ເພື່ອສົ່ງເສີມດ້ານດີ ແລະ ແກ້ໄຂດ້ານຄົງຄ້າງ ແລະ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.