ບົດສຳພາດ ຂອງສະຫາຍ ປອ. ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ກປ
ນັບແຕ່ມື້ກໍ່ຕັ້ງ 22 ມີນາ 1955, ພັກໄດ້ນໍາພາໃນການຕໍ່ສູ້ກອບກູ້ເອົາເອກະລາດມາໃຫ້ປະເທດຊາດ, ປະຊາຊົນລາວບັນດາເຜົ່າ ດ້ວຍການປຸກລະດົມນໍ້າໃຈຮັກຊາດອັນສູງສົ່ງ ເປັນຈິດໜຶ່ງໃຈດຽວກັນ ຈຶ່ງສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975. ຕະຫຼອດໄລຍະ 70 ປີທີ່ຜ່ານມານັ້ນ, ພັກ ແລະ ລັດໄດ້ຖືເອົາວຽກງານກະສິກຳ ເປັນຂະແໜງການບຸລິມະສິດສຳຄັນເປັນພິເສດ ເພື່ອເປັນພື້ນຖານໃນການພັດທະນາເສດຖະກິດຂອງຊາດ ໂດຍໄດ້ກຳນົດວ່າ: “ກະສິກຳເປັນແນວຮົບອັນດັບໜຶ່ງ, ການກະສິກໍາ ແລະ ປ່າໄມ້ ຍັງແມ່ນຂະແໜງພື້ນຖານໃນໂຄງປະກອບເສດຖະກິດແຫ່ງຊາດຂອງພວກເຮົາ”. ປະທານໄກສອນ ພົມວິຫານ ໄດ້ກຳນົດແນວທາງ, ວິໄສທັດການພັດທະນາຂົງເຂດເສດຖະກິດ ໂດຍການຫັນປ່ຽນທຳມະຊາດ ແລະ ເຄິ່ງທຳມະຊາດ ໄປສູ່ເສດຖະກິດສິນຄ້າ ໂດຍເລີ່ມຈາກ ການຂະຫຍາຍກະສິກຳ-ປ່າໄມ້ ຮອບດ້ານ ຕິດພັນກັບການຂະຫຍາຍອຸດສາຫະກຳ ແລະ ການບໍລິການແຕ່ຫົວທີ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ແຕ່ລະຄັ້ງ ໄດ້ກຳນົດແນວທາງ, ທິດນຳ ແລະ ທັດສະນະຕໍ່ຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢ່າງຊັດເຈນ, ໂດຍສະເພາະແມ່ນການຜັນຂະຫຍາຍມະຕິ XI ຂອງພັກເຮົາ ໃນຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຊຶ່ງໄດ້ກຳນົດເປັນ 6 ແຜນດຳເນີນງານ ແລະ 16 ໂຄງການ ບັນລຸໝາກຜົນສໍາເລັດໃນການຈັດຕັ້ງປະຕິບັດເປົ້າໝາຍສູ້ຊົນລວມ 3.2% ລື່ນແຜນການທີ່ສະພາແຫ່ງຊາດ ຮັບຮອງ 0.7% ສະແດງອອກ ຄື: ການຜະລິດກະສິກຳເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຜະລິດເຂົ້າເປືອກໄດ້ ສະເລ່ຍ 3.76 ລ້ານໂຕນ/ປີ ລື່ນແຜນການ 7.5% (ແຜນການ 3,5-4 ລ້ານໂຕນ); ຜົນຜະລິດພືດສະບຽງອາຫານ ອື່ນໆໄດ້ ສະເລ່ຍ 2.4 ລ້ານໂຕນ/ປີ ລື່ນແຜນການ 13.2% (ແຜນການ 2.12 ລ້ານໂຕນ); ອັດຕາການບໍລິໂພກທາດຊີ້ນໄດ້ສະເລ່ຍ 69.7 ກິໂລ/ຄົນ/ປີ ປະຕິບັດໄດ້ 95.5% (ແຜນການ 73 ກິໂລ/ຄົນ/ປີ); ການຜະລິດກະສິກໍາເພື່ອເປັນສິນຄ້າສົ່ງອອກ ໄດ້ຊຸກຍູ້ສົ່ງເສີມທຸກພາກສ່ວນເສດຖະກິດ ເຂົ້າຮ່ວມການຜະລິດກະສິກໍາເປັນສິນຄ້າ ຕາມມາດຕະຖານກະສິກໍາສະອາດ ທີ່ເປັນທ່າແຮງ, ພົ້ນເດັ່ນ ແມ່ນການສົ່ງອອກພືດ, ຜະລິດຕະພັນພືດ; ດ້ານການລ້ຽງສັດ ແລະ ສັດນໍ້າ ມີການຂະຫຍາຍຕົວດີພໍສົມຄວນ; ໄມ້ ແລະ ຜະລິດຕະພັນໄມ້ ກໍຂະຫຍາຍຕົວເພີ່ມຂຶ້ນ ຊຶ່ງສາມາດສົ່ງອອກຜົນຜະລິດກະສິກໍາ ແລະ ປ່າໄມ້ ໄດ້ທັງໝົດ 1.27 ຕື້ໂດລາຕໍ່ປີ; ການຄຸ້ມຄອງ ແລະ ພັດທະນາປ່າໄມ້ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງປົກປັກຮັກສາປ່າໄມ້ ໄປຕາມທິດສີຂຽວ, ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ໂດຍຖືເອົາການສຳຫຼວດ, ກຳນົດເນື້ອທີ່ດິນປ່າໄມ້, ທົບທວນຄືນເນື້ອທີ່ 3 ປະເພດປ່າຄື: ປ່າປ້ອງກັນແຫ່ງຊາດ, ປ່າສະຫງວນ/ອຸທິຍານແຫ່ງຊາດ, ປ່າຜະລິດ ໂດຍການສ້າງ ແລະ ປັບປຸງບັນດານິຕິກຳ, ການສ້າງແຜນຄຸ້ມຄອງ, ການລົງທຶນ, ການປະຕິບັດສົນທິສັນຍາ ແລະ ອະນຸສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອຄຸ້ມຄອງ ແລະ ພັດທະນາ 3 ປະເພດປ່າ. ປັດຈຸບັນ ມີປ່າປ້ອງກັນ 139 ແຫ່ງ (ປ່າປ້ອງກັນແຫ່ງຊາດ 49 ແຫ່ງ, ປ່າປ້ອງກັນຂັ້ນແຂວງ 5 ແຫ່ງ ແລະ ປ່າປ້ອງກັນຂັ້ນເມືອງ 85 ແຫ່ງ), ປ່າສະຫງວນ 177 ແຫ່ງ (ປ່າສະຫງວນແຫ່ງຊາດ 26 ແຫ່ງ, ປ່າສະຫງວນຂັ້ນແຂວງ 57 ແຫ່ງ ແລະ ປ່າສະຫງວນຂັ້ນເມືອງ 95 ແຫ່ງ) ແລະ ປ່າຜະລິດ 51 ແຫ່ງ; ນອກນີ້ ຍັງມີເຂດຮັກສາພັນສັດປ່າແຫ່ງຊາດ 1 ແຫ່ງ (ເຂດອະນຸລັກປ່າໂຄກ ໂອ່ງ-ມັ່ງ), ແລະ ຍັງສໍາເລັດການຮັບຮອງຕໍ່ປ່າສະຫງວນແຫ່ງຊາດ ພູຊຽງທອງ ແລະ ນໍ້າປຸຍ ເຂົ້າໃນບັນຊີມໍລະດົກທາງທໍາມະຊາດອາຊຽນ, ຍື່ນເອກະສານຕໍ່ອົງການອຸຍແນັດສະໂກ ພິຈາລະນາຮັບຮອງ ເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າໃນບັນຊີເປັນມໍຣະດົກໂລກ, ຍົກລະດັບປ່າສະຫງວນແຂວງ ເປັນປ່າສະຫງວນແຫ່ງຊາດ 2 ແຫ່ງ, ສ້າງຕັ້ງກອງຄຸ້ມຄອງ ແລະ ຫັນພະນັກງານລົງປະຈໍາ ປ່າສະຫງວນ-ອຸທິຍານແຫ່ງຊາດ ໄດ້ທັງໝົດ 10 ແຫ່ງ; ຟື້ນຟູປ່າຊຸດໂຊມ ແບບທໍາມະຊາດ ແລະ ປູກເສີມໄດ້ 1,060,000 ເຮັກຕາ, ເທົ່າກັບ 59% ຂອງແຜນການ 1,800,000 ເຮັກຕາ, ສໍາເລັດການວາງແຜນຄຸ້ມຄອງປ່າໄມ້ຂັ້ນບ້ານໄດ້ 1,366 ບ້ານ ເທົ່າກັບ 91% ຂອງຄາດໝາຍສູ້ຊົນ (1,500 ບ້ານ), ຄຸ້ມຄອງ ແລະ ອະນຸລັກສັດປ່າ ໂອ່ງ-ມັ່ງ ຈາກຈຳນວນບໍ່ເກີນ 20 ໂຕ ໃນເມື່ອກ່ອນ ເພີ່ມຂຶ້ນປະມານ 200 ກວ່າໂຕ, ປະເມີນຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ທັງໝົດ 647 ຊະນິດ, ສ້າງ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຕ່າງໆ, ການຮ່ວມມືກັບປະເທດເພື່ອນມິດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດປະຊາຄົມອາຊຽນ ຮ່ວມມື 2 ຝ່າຍ 13 ອົງການ, ປະເມີນສິນເຊື່ອກາກບອນ ຄັ້ງທີ 1 (2019-2021) ຢູ່ 6 ແຂວງພາກເໜືອ ຈໍານວນ 3.2 ລ້ານໂຕນ ເທົ່າກັບມູນຄ່າ 16 ລ້ານໂດລາ, (ຫຼຸດຄາດໜາຍພຽງແຕ່ 0.2 ລ້ານໂຕນ ຫຼື ເທົ່າກັບ 1,000,000 ໂດລາ). ສາມາດສັງລວມ ບັນດາໂຮງງານປຸງແຕ່ງໄມ້, ເຄື່ອງປ່າຂອງດົງ ແລະ ຢາງພາລາ ແລະ ເຕົາເຜົາຖ່ານຂາວ ມີທັງໝົດ ຈຳນວນ 1,707 ແຫ່ງ; ສໍາເລັດການສ້າງ ແລະ ປັບປຸງນິຕິກໍາ 7 ສະບັບ, ສືບຕໍ່ສ້າງ ແລະ ປັບປຸງນິຕິກໍາ 6 ສະບັບ ພ້ອມດຽວກັນນັ້ນ ສາມາດເກັບກໍາຂໍ້ມູນ ກ່ຽວກັບ ມູນຄ່າການຂຸດຄົ້ນ, ການສົ່ງອອກຜະລິດຕະພັນໄມ້ປູກ ແລະ ເຄື່ອງປ່າຂອງດົງ ສາມາດປະຕິບັດໄດ້ທັງໝົດ 2,459,989,737 ໂດລາ. ນອກຈາກນີ້, ການສົ່ງອອກໄມ້ ຜ່ານ ສປປ ລາວ ໄປປະເທດທີ 3 ມູນຄ່າ 5,097,105 ໂດລາ.
ວຽກກວດກາປ່າໄມ້ ແລະ ທີ່ດິນປ່າໄມ້: ໄດ້ສຸມໃສ່ໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ; ຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບເລກທີ 15/ນຍ, ຄໍາສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມ ແລະ ວຽກງານອື່ນໆ. ພ້ອມນີ້ກໍໄດ້ເອົາໃຈໃສ່ກວດກາ ແລະ ດຳເນີນຄະດີຕໍ່ການບຸກລຸກທີ່ດິນປ່າໄມ້, ການຄ້າຂາຍສັດປ່າ ແລະ ເຄື່ອງປ່າຂອງດົງປະເພດຫວງຫ້າມຢ່າງເຂັ້ມງວດ.
ວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄດ້ນໍາພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີການນໍາພາຊີ້ນຳ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ນິຕິກໍາກ່ຽວຂ້ອງ, ການພັດທະນາອາຊີບ, ປັບປຸງລະບົບການຈັດຕັ້ງການຜະລິດ ແລະ ການພັດທະນາຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ເຂດຈຸດສຸມພັດທະນາ ໄດ້ຮັບການເອົາໃຈໃສ່ ໄປພ້ອມກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງເຂົ້າສູ່ລວງເລິກ ຕາມ 4 ເນື້ອໃນ 4 ຄາດໝາຍ; ຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງພັດທະນາດີຂຶ້ນ; ການຈັດສັນພູມລໍາເນົາ ແລະ ການສ້າງອາຊີບໝັ້ນຄົງໄດ້ຮັບການເອົາໃຈໃສ່, ບັນຫາການເຄື່ອນຍ້າຍ ຂອງພົນລະເມືອງແບບຊະຊາຍນັບມື້ຫຼຸດລົງ. ໃນ 5 ປີຜ່ານມາ ການສ້າງຄອບຄົວພົ້ນທຸກໄດ້ 128,738 ຄອບຄົວ ເທົ່າກັບ 63% (ແຜນ 204,360 ຄອບຄົວ); ບ້ານພົ້ນທຸກ 1,108 ບ້ານ ເທົ່າກັບ 35.7% (ແຜນ 3,104 ບ້ານ); ເມືອງພົ້ນທຸກໄດ້ 23 ເມືອງ ເທົ່າກັບ 33.3% (ແຜນ 69 ເມືອງ); ສ້າງຄອບຄົວພັດທະນາໄດ້ 158,510 ຄອບຄົວ ເທົ່າກັບ 64.5% (ແຜນ 245,754 ຄອບຄົວ); ສ້າງບ້ານພັດທະນາໄດ້ 1,550 ບ້ານ ເທົ່າກັບ 35% (ແຜນ 4,420 ບ້ານ); ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 38 ແຫ່ງ ລື່ນແຜນການວາງໄວ້ (ແຜນ 10 ແຫ່ງ), ສ້າງເມືອງເຂັ້ມແຂງຮອບດ້ານ ໄດ້ 9 ເມືອງ.
ສະຫາຍ ລິນຄຳ ດວງສະຫວັນ ກ່າວຕື່ມວ່າ: ໃນນາມ ຄະນະພັກ, ຄະນະນຳ ກະຊວງກະສິກຳ ແລະ ປ່າໄມ້ ຂໍປະຕິຍານວ່າ: ຈະສືບຕໍ່ຕັ້ງໜ້ານໍາພາ ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ໃຫ້ມີກຽດສະຫງ່າງາມ ແລະ ໝັ້ນຍືນ; ຈະພະຍາຍາມສູ້ຊົນເຮັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດມອບໝາຍໃຫ້ ໂດຍສະເພາະ ແມ່ນການພັດທະນາການຜະລິດກະສິກໍາ, ການສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການພາຍໃນ, ມີສ່ວນແຮໄວ້. ຫຼຸດຜ່ອນການນໍາເຂົ້າ ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເລື້ອຍໆ.
ເນື່ອງໃນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (ວັນທີ 22 ມີນາ 1955 ວັນທີ 22 ມີນາ 2025) ແລະ ວັນສຳຄັນຕ່າງໆຂອງຊາດ ທີ່ຈະມາເຖິງນີ້ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍອວຍພອນໄຊໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານນຳພາ-ຊີ້ນຳ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງກ້າວໜ້າໄປເລື້ອຍໆ.
ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ