Logo

 *****  ຊົມເຊີຍຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງສຸດໃຈ! *****

ຈັດຝຶກອົບຮົມກ່ຽວກັບມາດຕະຖານເຕັກນິກການບໍລິການສຸຂານາໄມພືດດ້ວຍການບຳບັດເພື່ອກະກຽມໃນການອົບຝັກຫລອກມ້ອນສົ່ງອອກໄປ ສປ ຈີນ

ໃນຄັ້ງວັນທີ 21-22 ມີນາ 2025 ທີມງານວິຊາການຈາກກົມປູກຝັງ ໄດ້ຈັດຝຶກອົບຮົມກ່ຽວກັບ ມາດຕະຖານເຕັກນິກການບໍລິການສຸຂານາໄມພືດດ້ວຍການບຳບັດ ທີ່ ຫ້ອງປະຊຸມ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ພິມມະເສນ ຄູນສີລິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ, ໂດຍມີຜູ້ເຂົ້າຮ່ວມຈາກພະແນກກັກກັນພືດ, ວິຊາການການຈາກຂະແໜງປູກຝັງແຂວງອຸດົມໄຊ, ພ້ອມທັງຜູ້ປະກອບການ ທີ່ມີຄວາມສົນໃຈໃນການດຳເນີນທຸລະກິດການບຳບັດດ້ານບໍລິການສຸຂານາໄມພືດ ລວມທັງໝົດ 15 ຄົນ, ຍິງ 8 ຄົນ. ນອກຈາກນັ້ນ, ຍັງໄດ້ ສົມທົບກັບ ຂະແໜງ ປູກຝັງແຂວງອຸດົມໄຊເພື່ອ ກວດກາປະເມີນຂອງຜູ້ປະກອບການທີ່ສະເໜີຂໍຕໍ່ທະບຽນການບໍລິການສຸຂານາໄມພືດ ການຮົມຢາດ້ວຍສານອາລູມີນຽມຝຶກສະຝີ້ນ, ບຳບັດດ້ວຍເຕັກນິກຈຸ່ມນໍ້າຮ້ອນໝາກມ່ວງໄປຈີນ ແລະ ຮົມອາຍເຢັນໝາກນາວສົ່ງໄປຈີນ ຂອງບໍລິສັດ ລາວຫົວຢູການຄ້າ ຈຳກັດຜູ້ດຽວ, ບໍລິສັດ ຊ່ວງໄຊພັດທະນາກະສິກຳ ຈຳກັດຜູ້ດຽວ, ບໍລິສັດ ຢີທູ ສົ່ງເສີມກະສິກຳ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ ອຸດົມໄຊ ຢີນົງ ກະສິກຳ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ.

# ຈຸດປະສົງ: • ເພື່ອກະກຽມໃນການອົບຝັກຫລອກມ້ອນໃຫ້ຕາມມາດຕະຖານສາກົນ ກຽມສົ່ງອອກໄປ ສປ ຈີນ.

• ເພື່ອສ້າງຄວາມມາດສາມາດໃຫ້ແກ່ພະນັກງານວິຊາການ, ເຈົ້າໜ້າທີ່ກັກກັນພືດ ແລະ ຜູ້ປະກອບການທີ່ເຂົ້າຮ່ວມ ໄດ້ມີຄວາມຮູ້ກ່ຽວກັບການບຳບັດດ້ານສຸຂານາໄມພືດ ເຊັ່ນ: ເຕັກນິກການຮົມຢາ, ຮົມອາຍເຢັນ, ຮົມອາຍຮ້ອນ, ເພື່ອກຳຈັດສັດຕູພືດທີ່ຖືກຕ້ອງຕາມມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ ແລະ ສາມາດນຳໄປໃຊ້ກັບວຽກງານຕົວຈິງ;

• ເພື່ອລົງກວດສອບປະເມີນ ການສະເໜີ ຂໍຕໍ່ທະບຽນ ການບໍລິການສຸຂານາໄມພືດ ການຮົມຢາ, ການຮົມອາຍຮ້ອນ, ຈຸ່ມນໍ້າຮ້ອນ ແລະ ຮົມເຢັນ.

# ເນື້ອໃນການຝຶກອົບຮົມ

# ພາກທິດສະດີ

- ຄວາມສຳຄັນ, ຫຼັກການ ແລະ ຂັ້ນຕອນການບຳບັດ ການບໍລິການສຸຂານາໄມພືດ;

- ເຕັກນິກການຮົມຢາກຳຈັດສັດຕູພືດ ໂດຍການນຳໃຊ້ສານເມທິນໂບຣໄມດ໌ ແລະ ຟອສສະຟິນ;

- ເຕັກນິກວິທີການຮົມອາຍເຢັນ ສຳລັບໝາກນາວ ແລະ ໝາກກ້ຽງ ສົ່ງໄປ ສປ ຈີນ;

- ເຕັກນິກວິທີການຮົມດ້ວຍການຈຸ່ມນ້ຳຮ້ອນໃນໝາກມ່ວງ ສົ່ງອອກໄປ ສປ ຈີນ;

- ເຕັກນິກການຮົມດ້ວຍການນຳໃຊ້ຄວາມຮ້ອນ ໃນຝັກຫຼອກມ້ອນ ສົ່ງອອກ ໄປ ສປ ຈີນ.

# ພາກປະຕິບັດຕົວຈິງ:

- ການປະເມີນສະຖານທີ່ຮົມຢາຕົວຈິງ, ສ້າງຫ້ອງຮົມຢາ, ຄິດໄລ່ປະລິມານການນຳໃຊ້ຢາ, ສ້າງພື້ນທີ່ສ່ຽງໄພ, ການປ່ອຍແກັສເຂົ້າຫ້ອງຮົມ, ການວັດແທກຄວາມເຂັ້ມຂຸ້ນ, ການລະບາຍແກັສ, ການບັນທຶກຂໍ້ມູນການຮົມຢາ, ຂັ້ນຕອນການປະຕິບັດງານ ແລະ ການປ້ອງກັນຄວາມປອດໄພ;

- ວິທີການສຽບເຊັນເຊີ ຕິດຕາມອຸນຫະພູມ ໃສ່ໝາກໄມ້ ແລະ ຈຸດຕິດຕັ້ງເຊັນເຊີ;

- ການນຳໃຊ້ບົດບັນທຶກຜ່ານການບຳບັດ ແລະ ລົງລາຍເຊັນໃສ່ໃບຢັ້ງຢືນສຳເລັດການບຳບັດ.

# ຜົນການຝຶກອົບຮົມ

ຜູ້ເຂົ້າຮ່ວມຝຶກອົບຮົມ ມີຄວາມຮູ້ ແລະ ທັກສະ ຂັ້ນພື້ນຖານກ່ຽວກັບວຽກງານການບຳບັດດ້ານສຸຂານາໄມພືດ ເພື່ອກຳຈັດສັດຕູພືດ ທີ່ຖືກຕ້ອງຕາມມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ ແລະ ສາມາດນຳໄປໃຊ້ກັບວຽກງານຕົວຈິງ ເຊັ່ນ: ການຮົມຢາດ້ວຍສານເມທິນໂບມາຍ, ຟອດສະຟີນ, ຮົມອາຍເຢັນ, ຮົມອາຍຮ້ອນ, ຮົມຮ້ອນ ເພື່ອກຳຈັດສັດຕູພືດ.

# ການກວດສອບປະເມີນຄືນເພື່ອຕໍ່ທະບຽນການບໍລິການສຖຂານາໄມພືດ

ຄະນະວິຊາການຈາກກົມປູກຝັງ ໄດ້ປະຕິບັດຂັ້ນຕອນວິທີການໃນການກວດກາປະເມີນຄືນ ບໍລິສັດທີ່ດຳເນີນການບໍລິການສຖຂານາໄມພືດ ດ້ວຍການຮົມຢາ ເຊັ່ນ: ຮັບຟັງການລາຍງານສະພາບການຮົມຢາໃນປີທີ່ຜ່ານມາຂອງບໍລິສັດ, ກວດກາເອກະສານ ແລະ ຮ່າງບົດບັນທຶກກ່ຽວກັບການຮົມຢາ, ສຳພາດວິຊາການ ແລະ ຜູ້ຈັດການ ທີ່ຮັບຜິດຊອບວຽກງານການຮົມຢາ, ກວດກາອຸປະກອນ ສຳລັບການຮົມຢາ, ສະຖານທີ່ການຮົມຢາ ແລະ ແຫຼ່ງສີນຄ້າທີ່ຈະນຳມາຮົມ, ກວດກາຂັ້ນຕອນການດຳເນິນງານ, ໃຫ້ບໍລິສັດສາທິດການປະຕິບັດວິທີການຮົມຢາຕົວຈິງ ເຫັນໄດ້ວ່າ ທັງ 4 ບໍລິສັດ ມີພື້ນຖານໂຄງລ່າງ, ລະບົບການຈັດຕັ້ງ, ບຸກຄະລາກອນ ແລະ ລະບົບການຈັດການ ເອກະສານ ໂດຍພື້ນຖານ, ມີເຄື່ອງມືອຸປະກອນ, ເຕັກນິກວິຊາການ ໃນການບໍລິການຮົມຢາ ໂດຍລວມແລ້ວຫັນວ່າມີຄວາມສອດຄ່ອງ, ມີເຈົ້າໜ້າທີ່ກັກກັນພືດ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດການບໍລິການຮົມຢາທຸກຄັ້ງ ແລະ ຄະນະວິຊາການກົມປູກຝັງ ຍັງໄດ້ໃຫ້ຄຳແນະນຳເພື່ອປັບປຸງ ເຊັ່ນ: ການເກັບຮັກສາເອກະສານຕ່າງໆທີ່ກ່ຽວຂ້ອງ, ຈັດຫາອຸປະກອນປ້ອງກັນຄວາມປອດໄພ ແລະ ປະຖົມພະຍາບານເບື້ອງຕົ້ນ ໃຫ້ແກ່ຜູ້ປະຕິບັດວຽກເພີ່ມເຕີມ, ໃຫ້ມີການກວດສອບເຄື່ອງວັດແທກຄາມເຂັ້ມຂຸ້ນຕາມກຳນົດເວລາ.

ແຫຼ່ງຂໍ້ມູນ: fb ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ