ພິທີປະກາດການຈັດຕັ້ງ ຂັ້ນຮອງຫົວໜ້າພະແນກ
ໃນຕອນເຊົ້າວັນທີ 24 ມິຖຸນາ 2025, ກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນພະແນກ ຂຶ້ນ, ທີ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນທະວີ ໄຊຍະເພັດ ກຳມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ. ຊຶ່ງມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ,ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ ທັງໝົດ 30 ທ່ານ, (ຍິງ 20 ທ່ານ).
ໃນພິທີ ທ່ານ ນ. ຄຳພິລາວັນ ອິນທະສອນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກ ທີ່ຂຶ້ນກັບ ກົມຈັດຕັ້ງ ແລະ ພະນັກງານ ສະບັບເລກທີ 1224/ກປ, ລົງວັນທີ 19 ມີນາ 2025.ເຊິ່ງລາຍລະອຽດມີດັ່ງນີ້:
1. ແຕ່ງຕັ້ງ ທ່ານ ນ. ນຸດດາວັນ ມູນຫາລາດ ເປັນຮອງຫົວໜ້າພະແນກພະແນກ ພັກ ແລະ ອົງການຈັດຕັ້ງມະຫາຊົນ;
2. ແຕ່ງຕັ້ງ ທ່ານ ນ. ຄອນສະຫວັນ ມະນີວັນ ເປັນຮອງຫົວໜ້າພະແນກນະໂຍບາຍ.
ໃນພິທີ ທ່ານ ປະທານ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໃຫ້ທິດຊີ້ນໍາບາງດ້ານ ດັ່ງນີ້:
1. ໃຫ້ທຸກຄົນເຂົ້າໃຈ ເປັນເອກະພາບ ການສັບຊ້ອນ-ຈັດວາງ ພະນັກງານ-ລັດຖະກອນ ແມ່ນເປັນວຽກປົກກະຕິວຽກຄຸ້ມຄອງນຳໃຊ້ພະນັກງານ, ມີການສັບປ່ຽນໝູນວຽນ ເພືີ່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະແນກອ້ອມຂ້າງກົມ, ເປັນການພັດທະນາຄວາມຮູ້, ໃຫ້ຮຽນຮູ້ ແລະ ມີປະສົບການໃນວຽກງານຕ່າງໆພາຍໃນກົມຈັດຕັ້ງ ແລະ ພະນັກງານ ເພືີ່ອພ້ອມກັນຍົກສູງຄຸນນະພາບການເປັນເສນາທິການ ໃຫ້ແກ່ຄະນະພັກກະຊວງໃນວຽກງານຈັດຕັັ້ງ, ວຽກງານພັກ, ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ;
2. ການສັບຊ້ອນພະນັກງານຄັັ້ງນີ້ ແມ່ນການຄົ້ນຄວ້າເປັນເອກະພາບຂອງຄະນະພັກຮາກຖານກົມຈັດຕັັ້ງ ແລະ ພະນັກງານ ອີງໃສ່ຄວາມຈຳເປັນຂອງວຽກງານຂອງແຕ່ລະພະແນກພາຍໃນກົມ ພ້ອມນີ້ກໍໄດ້ອີງໃສ່ຄວາມຮູ້ຄວາມສາມາດຂອງພະນັກງານແຕ່ລະຄົນ;
3. ບັນດາ ທ່ານ ທີ່ໄດ້ຮັບການສັບຊ້ອນໃນຄັັ້ງນີ້ ລ້ວນແຕ່ແມ່ນ ຜູ້ທີ່ມີຄວາມຮູ້, ຄວາມສາມາດ. ທຸກຄົນແມ່ນໄດ້ຮັບການຍົກລະດັບທາງດ້ານທິດສະດີການເມືອງ, ຫຼາຍທ່ານໄດ້ຍົກລະດັບທາງດ້ານວິຊາສະເພາະ ໂດຍສະເພາະໃນລະດັບປະລິນຍາໂທ. ໃນຕອນທ້າຍກໍ່ໄດ້ຮຽກຮ້ອງໃຫ້ ພະນັກງານ-ລັດຖະກອນ ທັງໝົດຂອງກົມຈັດຕັ້ງ ແລະ ພະນັກງານ ພວກເຮົາຈົ່ງພ້ອມເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບຕໍໍ່ໜ້າທີ່ວຽກງານ, ເຮັດສຳເລັດທຸກໜ້າທີ່ທີ່ຖຶກມອບໝາຍ, ເຮັດວຽກດ້ວຍຄວາມຫ້າວຫັນ ພ້ອມກັນຝຶກຝົນຕົນເອງ ໃຫ້ສົມກັບເປັນພະນັກງານຈັດຕັ້ງ, ຍົກສູງຄຸນທາດການເມືອງ ແລະ ຄຸນສິນທຳປະຕິວັດ ສຳຄັນແມ່ນນ້ຳໃຈເສຍສະຫຼະເພື່ອຜົນປະໂຫຍດລວມ, ມີຄວາມດຸໝັ່ນ, ພາກພຽນ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດລະບຽບວິໄນ, ມີສະຕິຮັກສາຄວາມລັບຂອງພັກ ແລະ ລັດ, ຮັກສາມູນເຊື້ອຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ກຳແໜ້ນບັນດານິຕິກຳຕ່າງ ແລະ ມີຫົວຄິດປະດິດສ້າງ.
ໃນຕອນທ້າຍ ທ່ານ ນ. ຄອນສະຫວັນ ມະນີວັນ ຕາງໜ້າໃຫ້ຜູ້ທີ່ຮັບການແຕ່ງຕັ້ງ ຂື້ນຮັບຄຳໂອວາດ ແລະ ປະຕິຍານຕົນ
ພາບ-ຂ່າວ ທະນົງ ສຸມິດຕອມ