ກອງປະຊຸມໜ່ວຍພັກໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ
ໃນຕອນບ່າຍຂອງວັນທີ 28 ມິຖຸນາ 2023 ຢູ່ທີ່ສະໂມສອນໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ໃດ້ຈັດກອງປະຊຸມໜ່ວຍພັກໂຮງຮຽນຂຶ້ນຢ່າງເປັນທາງການເຊີ່ງໃຫ້ກຽດເປັນປະທານ ສະຫາຍ ອານຸສອນ ຄຸນສົມບັດ ຄະນະພັກກົມຈັດຕັ້ງ ແລະ ພະນັກງານ ທັງເປັນເລຂາພັກໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອເຜີຍແຜ່ເຊື່ອມຊືມເອກະສານໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2023 ແລະ ຄົ້ນຄ້ວາເອົາມະຫາຊົນກ້າວໜ້າເຂົ້າຮຽນກົດລະບຽບພັກ ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ ເຊີ່ງມີ ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 25 ສະຫາຍ, ຍິງ 8 ສະຫາຍ; ພາບຂ່າວ; ຈິດວິໄລ