ການເຄື່ອນໄຫວວຽກງານໜ່ວຍພັກໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ
ໃນຕອນບ່າຍຂອງວັນທີ 07 ມິຖຸນາ 2023 ຢູ່ທີ່ໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ໜ່ວຍພັກໂຮງຮຽນໄດ້ຈັດກອງປະຊຸມສະຫຼຸບປະຈຳໄຕມາດ II ແລະ ວາງແຜນທິດທາງໄຕມາດ III ປີ 2023, ຂຶ້ນຢ່າງເປັນທາງການ, ເຊີ່ງໃຫ້ກຽດເປັນປະທານໃນຄັ້ງນີ້ ແມ່ນ ສະຫາຍ ອານຸສອນ ຄຸນສົມບັດ ຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ທັງເປັນເລຂາໜ່ວຍພັກໂຮງຮຽນ. ມີສະມາຊິກພັກສົມບູນ ແລະ ປະທານສາມອົງການຈັດຕັ້ງເຂົ້າຮ່ວມລວມທັງໝົດ 25 ສະຫາຍ, ຍິງ 9 ສະຫາຍກອງປະຊຸມໃດ້ຮັບຟັງການລາຍງານ ສ່ອງແສງວຽກງານທີ່ພົ້ນເດັນ, ຂອງແຕ່ລະຈຸພັກ ແລະ 3 ອົງການຈັດຕັ້ງມະຫາຊົນ, ຜ່ານການຮັບຟັງການລາຍງານ ສ່ອງແສງເຫັນວ່າ ແຕ່ລະຈຸພັກ ແລະ 3 ອົງການຈັດຕັ້ງ ແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານທີ່ການຈັດຕັ້ງມອບໝາຍໃຫ້ດ ມີຫຼາຍວຽກທີ່ໄດ້ຮັບຜົນສໍາເລັດ ແລະ ວາງແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023. ໃນຕອນທ້າຍຂອງກອງປະຊຸມສະຫາຍປະທານ ຍັງໄດ້ໃຫ້ທິດຊີ້ນໍາ ຕໍ່ກັບບັນດາສະຫາຍສະມາຊີກພັກ, ໃຫ້ຕັ້ງໜ້າຝືກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ, ແບບແຜນການນໍາພາ; ຍົກສູງຄວາມຮັບຜິດຊອບການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໃນ ແລະ ຄວາມເປັນແບບຢ່າງນໍາໜ້າ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງໜ່ວຍພັກຕາມ 5 ຫຼັກການ, 3 ທິດນໍາ, ໂດຍຍຶດຖືຫຼັກການລວມສູນປະຊາທິປະ ໄຕ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ. ພາບຂ່າວ: ຈິດວິໄລ