ພິທີປະກາດຈຸດສຸມຢູ່ແຂວງຜົ້ງສາລີ
ພິທີປະກາດ #ຈຸດສຸມບ້ານຢໍ້ ເມືອງບຸນເໜືອ ເປັນຕົວເມືອງໃນຊົນນະບົດ ເປັນຈຸດສຸມທຳອິດຂອງເມືອງ ແລະ ຂອງແຂວງ ແລະ ປະກາດ ເມືອງບຸນເໜືອ ເປັນເມືອງພົ້ນທຸກຂອງແຂວງ ເປັນເມືອງທຳອິດຂອງແຂວງ ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2025 ທີ່ຜ່ານມານີ້, ທີ່ເດີນໂຮງຮຽນມັດທະຍົມສົມບູນບ້ານຢໍ້ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ; ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້; ທ່ານ ສົມພາບ ດາລາຈັກ ເຈົ້າເມືອງ-ເມືອງບຸນເໜືອ, ມີບັນດາທ່ານ ຮອງເຈົ້າແຂວງ, ການນຳແຂວງ, ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງທົ່ວແຂວງ, ມີການນໍາຂັ້ນແຂວງ, ການນໍາຂັ້ນເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ອົງການປົກຄອງບ້ານ, ບັນດາທ່ານແຂກເຊີນ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານຢໍ້ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຄໍາຕັນ ນາມແສງ ຫົວໜ້າຫ້ອງວ່າການ ເມືອງບຸນເໜືອ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ເປີດພິທີຮັບຮອງເອົາ ຈຸດສຸມ ບ້ານຢໍ້ ເປັນຕົວເມືອງໃນຊົນນະບົດ ແລະ ຮັບຮອງ ເມືອງບຸນເໜືອ ເປັນເມືອງພົ້ນທຸກ ຂອງແຂວງຜົ້ງສາລີ. ຈາກນັ້ນ ທ່ານ ວີສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ ທັງເປັນ ຫົວໜ້າຄະນະຊີ້ນໍາການສ້າງຕົວເມືອງໃນຊົນນະບົດ ໄດ້ຂຶ້ນຜ່ານບົດລາຍງານ ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ.
ຈາກນັ້ນທ່ານ ອຸ່ຄຳ ຕຸລາພັນ ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 991/ຂຜລ ວ່າດ້ວຍການຮັບຮອງເອົາຈຸດສຸມບ້ານຢໍ້ ເປັນຕົວເມືອງໃນຊົນນະບົດ ແລະ ຜ່ານຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 78/ນຍ ວ່າດ້ວຍການຮັບຮອງເອົາ ເມືອງບຸນເໜືອ ເປັນເມືອງພົ້ນທຸກ ຈາກນັ້ນທ່ານ ຄຳຜອຍວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ມອບຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຮັບຮອງເອົາຈຸດສຸມບ້ານຢໍ້ ເປັນຕົວເມືອງໃນຊົນນະບົດ ແລະ ຜ່ານຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາ ເມືອງບຸນເໜືອ ເປັນເມືອງພົ້ນທຸກ ແລະ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຮັບຮອງເອົາຈຸດສຸມບ້ານຢໍ້ ເປັນຕົວເມືອງໃນຊົນນະບົດ. ຈາກນັ້ນຄະນະປະທານພິທີ ໄດ້ພ້ອມກັນຕັດແຖບຜ້າ, ພ້ອມທັງເປີດປ້າຍ ແລະ ທ່ານ ເຈົ້າແຂວງຜົ້ງສາລີ ລັ້ນຄ້ອງ 9 ບາດ ເພື່ອປະກາດ ຈຸດສຸມບ້ານຢໍ້ ເມືອງບຸນເໜືອ ເປັນຕົວເມືອງໃນຊົນນະບົດ ແລະ ບຸນເໜືອ ເປັນເມືອງພົ້ນທຸກ ຂອງແຂວງ ຢ່າງເປັນທາງການ.
#DRDLAO
#MAF
#PHONGSALY