Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ຊາວໜຸ່ມຮາກຖານກົມພັດທະນາຊົນນະບົດ

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ຄັ້ງທີ II ຂອງຄະນະບໍລິຫານງານ ຊປປລ ຮາກຖານກົມພັດທະນາຊົນນະບົດ ໄດ້ໄຂຂື້ນຢ່າງເປັນທາງການ ໃນເວລາ 13:00 ໂມງ ຈົນເຖິງ ເວລາ 16:30 ໂມງ ຂອງວັນທີ 11 ພະຈິກ 2024 ທີ່ກົມພັດທະນາຊົນນະບົດ ໂດຍຮັບກຽດເຂົ້າຮ່ວມ ເປັນປະທານ ຂອງ ສະຫາຍ ບົວຫົງ ຄຳຫາ ເລຂາໜ່ວຍພັກຮາກຖານ ກົມພັດທະນາຊົນນະບົດ, ສະຫາຍ ບຸນຈັນ ກົມບຸນຍະສິດ ເລຂາຄະນະບໍລິຫານງານ ຊປປລ ກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ ຈັນມີ ພົມມະລາດ ເລຂາຄະນະບໍລິຫານງານ ຊປປລ ຮາກຖານກົມພັດທະນາຊົນນະບົດ ເປັນກຽດເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງນີ້, ໂດຍມີບັນດາ ສະຫາຍສະມາຊິກຊາວໜຸ່ມ ພາຍໃນ ຂອງຄະນະບໍລິຫານງານ ຊປປລ ຮາກຖານກົມພັດທະນາຊົນນະບົດ ແລະ ແຂກທີ່ມີກຽດອ້ອມຂ້າງກົມພັດທະນາຊົນນະບົດ, ທັງໝົດ 50 ສະຫາຍ, ຍິງ 23 ສະຫາຍ.

ກອງປະຊູມ ໄດ້ຕົກລົງ ແລະ ຮັບຮອງເອົາມະຕິກອງປະຊູມໃຫຍ່ ສະມາຊິກຊາວໜຸ່ມ ຄັ້ງທີ II ດັ່ງນີ້:

  1. ໄດ້ຮັບຮອງເອົາບົດລາຍງານການເມືອງ ຂອງຄະນະບໍລິຫານງານ ຊປປລ ຮາກຖານກົມພັດທະນາຊົນນະບົດ ຢ່າງເປັນເອກະສັນ, ຊຶ່ງບົດລາຍງານ ໄດ້ສະແດງໃຫ້ເຫັນ ດ້ານຕັ້ງໜ້າ, ດ້ານດີ, ດ້ານອ່ອນ, ສາຍເຫດທີ່ພາໃຫ້ມີ ດ້ານດີ ແລະ ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງຊີ້ນໍາ-ນໍາພາແຕ່ລະດ້ານ ແຕ່ສົກປີ 2020-2024, ພ້ອມດຽວກັນນັ້ນ, ກໍຍັງໄດ້ຮັບຮອງເອົາທິດທາງແຜນການຊີ້ນໍາ-ນໍາພາ ແຕ່ປີ 2025-2029, ຈາກນີ້, ກອງປະຊຸມ ຍັງໄດ້ເຫັນດີເປັນເອກກະພາບຮັບຮອງ ເອົາບົດສໍາຫຼວດການນໍາພາ ແລະ ການອໍາລາໜ້າທີ່ ຂອງຄະນະ ຊປປລ ຮາກຖານກົມພັດທະນາຊົນນະບົດ ຊຸດເກົ່າ.
  2. ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານ ຊປປລ ຮາກຖານກົມພັດທນະາຊົນນະບົດ ຊຸດໃໝ່ ຊຶ່ງຜ່ານການປ່ອນບັດເລືອກຕັ້ງຂອງຜູ້ແທນສົມບູນ ທັງໝົດ 42 ສະຫາຍ ສາມາດຄັດເລືອກໄດ້ຄະນະບໍລິຫານງານ ຊປປລ ຮາກຖານກົມພັດທະນາຊົນນະບົດ ຊຸດໃໝ່ ຈຳນວນ 5 ສະຫາຍ ດັ່ງມີລາຍຊື່ລຸ່ມນີ້: 
            1. ສະຫາຍ ຈັນມີ ພົມມະລາດ
            2. ສະຫາຍ ແກ້ວຕາເພັດ ບຸນທະວົງຊິນ
            3. ສະຫາຍ ນາງ ລັດຕະນະພອນ ສຸກສາຄອນ
            4. ສະຫາຍ ຄຳພູວົງ ຄຳແຫວນ
            5. ສະຫາຍ ສຸກພະຈັນ ວັນນະສີ.

            ກອງປະຊຸມຄັ້ງປະຖົມ​ມະລຶກ ກໍ່​ຄື ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະບໍລິຫານງານ ຊປປລ ຮາກຖານກົມພັດທະນາຊົນນະບົດ ໄດ້ຕົກລົງເປັນເອກະສັນຮັບຮອງເອົາ ເລຂາ, ຮອງເລຂາ, ຄະນະ, ປະທານກວດກາ ແລະ ຮອງປະທານກວດກາ, ດັ່ງມີລາຍຊື່ລຸ່ມນີ້:

ເລຂາ, ຮອງເລຂາ, ຄະນະ ຊປປລ ຮາກຖານກົມພັດທະນາຊົນນະບົດ ຊຸດໃໝ່

        1. ສະຫາຍ ຈັນມີ ພົມມະລາດ ເປັນເລຂາ;
        2. ສະຫາຍ ແກ້ວຕາເພັດ ບຸນທະວົງຊິນ ເປັນຮອງເລຂາ;
        3. ສະຫາຍ ນາງ ລັດຕະນະພອນ ສຸກສາຄອນ ເປັນຮອງເລຂາ, ທັງເປັນປະທານກວດກາ;
        4. ສະຫາຍ ຄຳພູວົງ ຄຳແຫວນ ເປັນຄະນະ;
        5. ສະຫາຍ ສຸກພະຈັນ ວັນນະສີ ເປັນຄະນະ.

ປະທານກວດກາ, ຮອງປະທານກວດກາ, ຄະນະກວດກາ ຊຸດໃໝ່
        1. ສະຫາຍ ນາງ ລັດຕະນະພອນ ສຸກສາຄອນ ເປັນປະທານກວດກາ;
        2. ສະຫາຍ ພູທອນ ທິທານີຈັນ ເປັນຮອງປະທານກວດກາ.

        ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ອັນມີຄວາມໝາຍ, ຄວາມສໍາຄັນຢ່າງເລິກເຊິ່ງ ຂອງ ສະຫາຍ ບົວຫົງ ຄຳຫາ ເລຂາໜ່ວຍພັກຮາກຖານ ກົມພັດທະນາຊົນນະບົດ ແລະ ສະຫາຍ ບຸນຈັນ ກົມບຸນຍະສິດ ເລຂາຄະນະບໍລິຫານງານ ຊປປລ ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງໄດ້ໃຫ້ທິດຊີ້ນໍາ ເພື່ອເປັນເຂັມທິດເຍືອງທາງ ແລະ ທັງເປັນຂີດໝາຍອັນສໍາຄັນໃຫ້ແກ່ ຄະນະບໍລິຫານງານ ຊປປລ ຮາກຖານກົມພັດທະນາຊົນນະບົດ ຊຸດໃໝ່ ແລະ ສະມາຊິກຊາວໜຸ່ມທົ່ວກົມພັດທະນາຊົນນະບົດ, ເພື່ອນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ມີຜົນໄດ້ຮັບເປັນຢ່າງດີ ແລະ ໃຫ້ປະກົດຜົນເປັນຈິງ.

       ກອງປະຊູມໃຫຍ່ຄັ້ງນີ້ ໄດ້ຮຽກຮ້ອງມາຍັງ ຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມ, ພະນັກງານ-ລັດຖະກອນທຸກທົ່ວໜ້າ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າ ເຊື່ອມຊຶມຕາມແນວທາງຂອງພັກ, ປະຕິບັດຕາມມະຕິກອງປະຊຸມໃຫຍ່ວາງອອກໃຫ້ມີຜົນໄດ້ຮັບເປັນຢ່າງດີ, ເພີ່ມທະວີສະຕິຕໍ່ການຈັດຕັ້ງ, ນັບຖືກົດລະບຽບຂອງພັກ, ກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ, ເພີ່ມທະວີຄວາມຮູ້-ຄວາມສາມາດຂອງຕົນໃຫ້ສູງຂື້ນ, ໃນທຸກຂົງເຂດວຽກງານແຕ່ລະດ້ານ ເພື່ອພ້ອມກັນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍຄື ວຽກງານຂອງຂັ້ນເທິງວາງອອກ ໃຫ້ມີຜົນສໍາເລັດເປັນກ້າວໆມາ.