ຊປປລ ກົມພັດທະນາຊົນນະບົດ
ໃນຕອນເຊົ້າຂອງວັນທີ 29 ຕຸລາ 2024 ທີ່ ຫ້ອງປະຊຸມຂອງກົມພັດທະນາຊົນນະບົດ ໄດ້ມີການຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ ກົມພັດທະນາຊົນນະບົດ ໄດ້ໄຂຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວທັງຊາດ ກໍຄືຊາວໜຸ່ມລາວບັນດາເຜົ່າ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນງານແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄລຍະ 49 ປີ ຜ່ານມາ, ຕິດພັນກັບການອອກແຮງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນການພັດທະນາເສດຖະກິດ-ສັງຄັງແຫ່ງຊາດ ຄັ້ງທີ 9, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ກປ, ແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄລຍະ 5 ປີ (2021-2025). ເວົ້າສະເພາະແມ່ນການປະຕິບັດແຜນການ, ແຜນງານຫ້າປີຄັ້ງທີ VIII ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງ ຄະນະບໍລິຫານງານຊາວໜຸ່ມກະຊວງ ກປ ໄດ້ວາງອອກ. ພ້ອມກັນນັ້ນ ກໍາລັງສຸມໃສ່ສ້າງຂະບວນການຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XII ຂອງສູນກາງພັກ, ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກະຊວງ ກປ ແລະ ກອງປະຊຸມໃຫຍ່ຄັ້ງທີ IX ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງເປັນຂະບວນຟົດຟື້ນ.