Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ຄະນະຄຸ້ມຄອງໂຄງການຮ່ວມມື ລາວ-ຈີນ ຂັ້ນສູນກາງ

ໃນຕອນເຊົ້າຂອງວັນທີ 26 ກັນຍາ 2024 ຄະນະຄຸ້ມຄອງໂຄງການຮ່ວມມື ລາວ-ຈີນ ຂັ້ນສູນກາງ (ກົມພັດທະນາຊົນນະບົດ) ໄດ້ລົງຊຸກຍູ້ ຕິດຕາມ ການຈັດຕັ້ງປະຕິບັດໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ທີ່ໄດ້ຮັບທຶນຈາກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄລຍະຜ່ານມາ ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ; ພ້ອມທັງລົງໄປແນະນຳວິທີການ, ຂັ້ນຕອນການຈັັດຕັ້ງປະຕິບັດ ແລະ ການສະຫຼຸບງົບປະມານ ຂອງໂຄງການເສີມສ້າງຄວາມເຂັ້ມແຂງໃໃຫ້ຊາວກະສິກອນ ຈຳນວນ 4 ກຸ່ມໃນ 2 ບ້ານ ຂອງເມືອງ ປາກອູ, ແຂວງ ຫຼວງພະບາງ ທີ່ໄດ້ຮັບອະນຸມັດໂຄງການ ປະຈຳປີສົກປີ 2023-2024 ໃຫ້ໄດ້ຮັບທຶນໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.