Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ພິທີ ຮັບສະມາຊິກພັກໃໝ່

ໃນຕອນແລງ ຂອງວັນທີ 04 ກັນຍາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມ ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ໜ່ວຍພັກຮາກຖານກົມພັດທະນາຊົນນະບົດ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກໃໝ່ ຂອງພັກປະຊາຊົນປະຕິວັດລາວ ຈຳນວນ 05 ສະຫາຍ, ໂດຍການເຂົ້າຮ່ວມ ແລະເປັນປະທານ ຂອງສະຫາຍ ບົວຫົງ ຄຳຫາ ເລຂາໜ່ວຍພັກຮາກຖານກົມພັດທະນາຊົນນະບົດ, ມີສະມາຊິກພັກສົມບູນ, ສະມາຊິກສຳຮອງ ແລະ ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ພາຍໃນໜ່ວຍພັກເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ນາງ ບາແກ້ວ ສຸວັນນະລາດ ຫົວໜ້າຈຸພັກມາດຕະຖານ ແລະ ການປະເມີນຜົນ ໄດ້ຂຶ້ນຜ່ານມະຕິຕົກລົງຮັບຮອງເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກໃໝ່ ຂອງພັກປະຊາຊົນປະຕິວັດລາວ. ພ້ອມດຽວກັນ, ສະຫາຍປະທານ ກໍ່ໄດ້ມອບມະຕິຕົກລົງໃຫ້ສະມາຊິກພັກສຳຮອງ ຂອງພັກປະຊາຊົນປະຕິວັດລາວ.

 ໃນໂອກາດດັ່ງກ່າວ ສະຫາຍ ບົວຫົງ ຄຳຫາ, ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ບັນດາສະຫາຍສະມາຊິກພັກປະຊາຊົນປະຕິບັດລາວ ໃຫ້ເອົາໃຈໃສ່ສືບຕໍ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ, ຝຶກຝົນ ຫຼໍ່ຫຼອມ ແລະ ພັດທະນາຕົນເອງ ກ້າຕັດສິນໃຈ, ກ້າຄິດ, ກ້າຮັບຜິດຊອບ, ສຸມສະຕິປັນຍາ, ສູ້ຊົນບຸກບືນຫ້າວຫັນ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດ, ເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ ແລະ ສາມາດກໍາແໜ້ນໄດ້ 5 ຫຼັກການ 3 ທິດນຳຂອງພັກ, ເຊີດຊູພາລະບົດບາດ ແລະ ຄວາມສາມາດການຈັດຕັ້ງນຳພາປະຕິບັດໃຫ້ສູງຂຶ້ນຕື່ມ, ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ທີ່ຖືກມອບໝາຍ ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.

ຂ່າວ: ກຸ່ມວຽກຂໍ້ມູນຂ່າວສານ, ພະແນກບໍລິຫານ ແລະ ແຜນການ

#ກົມພັດທະນາຊົນນະບົດ 

#ກພຊ 

#DRD