ໜ່ວຍກຳມະບານຮາກຖານກົມພັດທະນາຊົນນະບົດ
ໃນຕອນເຊົ້າ ຂອງວັນທີ 02 ກັນຍາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມ ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ໜ່ວຍກຳມະບານຮາກຖານກົມພັດທະນາຊົນນະບົດ ໄດ້ຈັດກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍກຳມະບານຮາກຖານກົມພັດທະນາຊົນນະບົດ ປະຈຳປີ 2024, ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ສີສະຫວາດ ຫອມດາລາ ປະທານ ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາສະຫາຍຕາງໜ້າຈາກ ໜ່ວຍກຳມະບານຮາກຖານກົມກວດກາ, ຕາງໜ່ວຍກຳມະບານຮາກຖານກົມຈັດຕັ້ງ ແລະ ພະນັກງານ ແລະ ໜ່ວຍກຳມະບານພັກຮາກຖານກົມພັດທະນາຊົນນະບົດ ເຂົ້າຮ່ວມ.
#ຂ່າວ: ກຸ່ມວຽກຂໍ້ມູນຂ່າວສານ, ພະແນກບໍລິຫານ ແລະ ແຜນການ