Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ພິທີເປີດໂຄງການ

ໃນວັນທີ 07 ສິງຫາ 2024, ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເປີດ ໂຄງການສາທິດການຮ່ວມມືດ້ານວິຊາການ ແລະ ການຫຼຸດຜ່ອນຄວາມທຸກຍາກ ກວາງຊີ ສປ ຈີນ - ສປປ ລາວ ທີ່ ບ້ານທ່າດອກຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ . ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໜຶ່ງແລວໜຶ່ງເສັ້ນທາງສີຂຽວ.  ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງໄຊທານີ ແລະ ທ່ານ ນ. ຢາງ ເມີຍລີ ຮອງຫົວໜ້າສູນຄຸ້ມຄອງໂຄງການຫຼຸດຜ່ອນຄວາມທຸກຍາກ ນະຄອນຫຼວງຂອງຕ່າງປະເທດກວາງຊີ ສປ ຈີນ. ໂດຍມີແຂກຜູ້ເຂົ້າຮ່ວມຕ່າງໜ້າຈາກ ກົມປູກຝັ່ງ, ກົມສົ່ງເສີມ, ສະຖານທູດຈີນປະຈຳລາວ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ, ຫ້ອງວ່າການເມືອງໄຊທານີ,​ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ,​ ຄະນະນຳ ແລະ ປະຊາຊົນ ບ້ານທ່າດອກຄຳ ເຂົ້າຮ່ວມລວມທັງໝົດ ຈຳນວນ 80 ທ່ານ.