Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ

ໃນວັນທີ 14-15 ກຸມພາ 2024 ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ວິຊາການ ກ່ຽວກັບສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການຢູ່ເຂດຊົນນະບົດ ປະຈໍາປີ 2023 ແລະ ແຜນວຽກຈຸດສຸມໃນປີ 2024 ໄດ້ດໍາເນີນ ເປັນເວລາ 2 ວັນເຕັມ (ວັນທີ 14-15 ກຸມພາ 2024) ທີ່ ຫ້ອງປະຊຸມ ໂຮງແຮມຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ມີຜູ້ຕາງໜ້າຈາກທະນາຄານໂລກ, ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຜູ້ຕາງໜ້າຈາກຄະນະຊີ້ນໍາໂຄງການຂັ້ນແຂວງ (ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປົ້າໝາຍໂຄງການ), ຄະນະປະສານງານຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ພະນັກງານທີ່ກ່ຽວຂ້ອງຢູ່ແຕ່ລະຂັ້ນ ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 17 ທ່ານ; 
ໃນກອງປະຊຸມໄດ້ພ້ອມກັນລົງເລິກຄົ້ນຄວ້າ, ປຶກສາຫາລື ກ່ຽວກັບຮ່າງບົດສະຫຼຸບຕີລາຄາການຈັດ ຕັ້ງປະຕິບັດວຽກງານໂຄງການ ລພຊ ໃນປີ 2023 ແລະ ແຜນການປີ 2024, ໂດຍໄດ້ພ້ອມກັນລົງເລິກຕີລາຄາ ກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນ, ອັນຄົງຄ້າງ, ສາເຫດ ເພື່ອສືບຕໍ່ເສີມຂະຫຍາຍ, ປັບປຸງ ປະຕິບັດໂຄງການໃນໄລຍະ 2; ຜ່ານການດໍາເນີນປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ເຫັນດີເປັນເອກະພາບກັນ ດັ່ງນີ້:
1. ກອງປະຊຸມໄດ້ເຫັນດີເປັນເອກະພາບ ປັບປຸງ ແລະ ຮັບຮອງເອົາຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄງການ ລພຊ ໃນປີ 2023 ແລະ ແຜນການ ປີ 2024;
2. ຜ່ານການດໍາເນີນກອງປະຊຸມຄັ້ງນີ້ ເຫັນໄດ້ວ່າ ການຈັດຕັ້ງປະຕິບັດໂຄງການ ລພຊ ໃນໄລຍະຜ່ານມາ ກໍ່ຄືໃນປີ 2023 ຜ່ານມາ ແມ່ນເຮັດໄດ້ດີ, ມີອັນພົ້ນເດັ່ນໃນຫຼາຍດ້ານ, ຊຶ່ງຕາມການປະເມີນ ຂອງທະນາຄານໂລກ ກໍ່ຈັດຢູ່ໃນປະເພດທີ່ດີຫຼາຍ ຈຶ່ງໄດ້ຕໍ່ໂຄງການໃນໄລຍະ 2 ຊຶ່ງກວມເອົາ 7 ແຂວງ, 25 ເມືອງ 1.665 ບ້ານ, ປະມານ 29.000 ເທື່ອຄົນ;
3. ເພື່ອກະກຽມຄວາມພ້ອມໃນການສືບຕໍ່ຈັດຕັ້ງປະຕິບັດໂຄງການ ລພຊ ໃນໄລຍະທີ 2 ຕາມການຄົ້ນຄວ້າປຶກສາຫາລືເປັນເອກະພາບກັບທີມງານ ຂອງທະນາຄານໂລກ ແມ່ນຈະໄດ້ຕໍ່ໄລຍະເວລາຈັດຕັ້ງປະຕິບັດໄປຮອດເດືອນສິງຫາ 2024  ໂດຍຈະໄດ້ມີການປັບປຸງຄູ່ມື ແລະ ລະບຽບການ ໂດຍຈະໄດ້ກໍານົດຢ່າງລະອຽດ ຮອດວັນທີໃດໃຫ້ຂັ້ນເມືອງຕ້ອງເກັບກໍາຂໍ້ມູນສົ່ງໃຫ້ຂັ້ນແຂວງສໍາເລັດ ແລະ ວັນທີໃດຂັ້ນແຂວງສົ່ງໃຫ້ຂັ້ນສູນກາງ ແລະ ຈັກວັນຂັ້ນສູນກາງຕ້ອງປະຕິບັດໃຫ້ສໍາເລັດ ແລະ ຈັກວັນບໍລິສັດຜູ້ໄປຈ່າຍເງິນໃຫ້ປະຊາຊົນສໍາເລັດ ແລະ ໃນງວດສຸດທ້າຍຂອງໂຄງການຈະບໍ່ມີການເກັບເງື່ອນໄຂຜູ້ໄດ້ຮັບຜົນປະໂຫຍດ;
4. ເພື່ອຈັດຕັ້ງປະຕິບັດໂຄງການ ໄລຍະ 2 ສໍາລັບແຂວງ ແລະ ເມືອງເປົ້າໝາຍເກົ່າ ແມ່ນມອບໃຫ້ຄະນະຮັບຜິດຊອບຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ກວດກາຄືນພາຫະນະ, ວັດຖຸອຸປະກອນຮັບໃຊ້ທີ່ໄດ້ປະກອບໃຫ້ຜ່ານມາ ອັນໃດມີຄວາມຈໍາເປັນຈະຕ້ອງສ້ອມແປງ, ອັນໃດມີຄວາມຈໍາເປັນຈະຊື້ໃໝ່ ບົນພື້ນຖານປະຢັດ ແລະ ມີປະສິດທິຜົນ; ສ່ວນດ້ານພະນັກງານທີ່ຮັບຜິດຊອບ, ໂດຍສະເພາະແມ່ນຄະນະປະສານງານຢູ່ຂັ້ນແຂວງ ແລະ ຂັ້ນເມືອງແມ່ນໃຫ້ຈັດຕັ້ງປະຕິບັດຕາມແຈ້ງການ ສະບັບເລກທີ 4986/ກປ, ລົງວັນທີ 13 ທັນວາ 2023.