ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອເພື່ອການພັດທະນາ
ໃນວັນທີ 12 ກຸມພາ 2024, ບັນດາໂຄງການຊ່ວຍເຫຼືອເພື່ອການພັດທະນາ, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂຶ້ນ ທີ່ກົມຂອງຕົນ, ໂດຍການເປັນປະທານຂອງ ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ. ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 9 ທ່ານ.
ຈຸດປະສົງ ເພື່ອຮັບຟັງການລາຍງານ ແລະ ປະກອບຄວາມເຫັນ ໃສ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິ ບັດບັນດາໂຄງການຊ່ວຍເຫຼືອ ເພື່ອການພັດທະນາປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງບັນດາວຽກງານ ເພື່ອຊອກຫາຈຸດດີ, ຜົນສຳເລັດ ທີ່ຕ້ອງເສີມຂະຫຍາຍ; ຈຸດອ່ອນຂໍ້ຄົງຄ້າງ ທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂ; ຖອດຖອນບົດຮຽນ ເພື່ອສູ້ຊົນຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ໃຫ້ສຳເລັດຕາມລະດັບຄາດໝາຍ ແລະ ໃຫ້ມີປະສິດທິຜົນສູງສຸດ.
ໃນທີ່ປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານການຮ່ວມມື ແລະ ວຽກງານຄຸ້ມຄອງໂຄງການຊ່ວຍເຫຼືອຈາກຕ່າງປະເທດ ໃນໄລຍະ 1 ປີ ຜ່ານມາ ກໍ່ຄື ທິດທາງວຽກງານຈຸດສຸມໃນຕໍ່ໜ້າ ແລະ ໃນທີ່ປະຊຸມໄດ້ເປັນເອກະພາບກັນຕີລາຄາວ່າ: ການຈັດຕັ້ງປະຕິບັດໂຄງການຮ່ວມມືພັດທະນາ ຢູ່ບັນດາບ້ານ, ເມືອງ ແລະ ແຂວງເປົ້າໝາຍດັ່ງກ່າວ ແມ່ນມີປະສິດທິຜົນສູງ, ມີຜົນສຳເລັດອັນຕັ້ງໜ້າໃນຫຼາຍດ້ານທີ່ພົ້ນເດັ່ນ ແລະໄດ້ກາຍເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ບໍລິເວນເຂດບ້ານເປົ້າໝາຍໄດ້ຮັບການພັດທະນາຢ່າງຕັ້ງໜ້າ ແລະ ມີການຂະຫຍາຍຕົວໃນຫຼາຍດ້ານ, ເຮັດໃຫ້ບັນດາບ້ານຕ່າງໆ ມີການຫັນປ່ຽນ ແລະ ມີໂສມໜ້າໃໝ່ຢ່າງຈະແຈ້ງ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າຢູ່ບໍລິເວນຈຸດເປົ້າໝາຍ
ພັດທະນາ. ນອກຈາກນີ້, ການຈັດຕັ້ງປະຕິບັດໂຄງການຮ່ວມມື ຢູ່ເຂດຈຸດເປົ້າໝາຍພັດທະນາ ໃນໄລຍະຜ່ານມາ ກໍ່ຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ເຊັ່ນ: ການຈັດຕັ້ງປະຕິບັດໂຄງການຍັງມີຄວາມຊັກຊ້າ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມໄດ້ມີຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຮ່ວມມືຢູ່ຈຸດພື້ນທີ່ພັດທະນາ ກໍ່ຄືບ້ານ, ເມືອງ ແລະ ແຂວງເປົ້າໝາຍໃນປີຕໍ່ໜ້າ ດັ່ງນີ້: ໃຫ້ເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ; ໃນການຈັດຕັ້ງໂຄງການ ໃຫ້ສ້າງໄດ້ຕົວແບບທີ່ເຮັດແທ້ທໍາຈິງ ແລະ ຮ່ວມກັນປະຕິບັດ 3 ຮ່ວມ ຄື: ຮ່ວມກັນວາງແຜນ, ຮ່ວມກັນຈັດຕັ້ງປະຕິບັດ, ຮ່ວມກັນສະຫຼຸບ ແລະ ສະເໜີໃຫ້ພະແນກປະສານງານ ແລະ ຮ່ວມມື ໃນຖານະທີ່ເປັນເສນາທີການໃນຂັ້ນຄຸ້ມຄອງມະຫາພາກ ຕ້ອງໄດ້ຮີບຮ້ອນປັບປຸງຄືນວີທີແບບແຜນໃນການຄຸ້ມຄອງວຽກງານດັ່ງກ່າວ, ເປັນເຈົ້າການເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາ ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາຕ່າງໆ ຢູ່ບັນດາບ້ານ, ເມືອງ ແລະ ແຂວງເປົ້າໝາຍຢູ່ແຕ່ລະຈຸດ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
News by: MAF Media Team