ສະຫລອງ ວັນອາຫານໂລກ ແລະ ສັບປະດາ ແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ
ໃນວັນທີ 9 ຕຸລາ 2023 ທີ່ຜ່ານນີ້, ກົມພັດທະນາຊົນນະບົດ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ຮ່ວມຕັ້ງບູດວາງສະແດງ ໃນງານສະເຫຼີມສະຫຼອງວັນ ອາຫານໂລກ ຄົບຮອບ 43 ປີ ເຊິ່ງຈັດໂດຍ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການອາຫານ ແລະ ການກະເສດ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ ຈັດງານສະ ເຫຼີມສະຫຼອງວັນ ອາຫານໂລກ ຄົບຮອບ 43 ປີ ພາຍໃຕ້ຄໍາຂວັນ “ນ້ຳປຽບເໝືອນດັ່ງຊີວິດ ນ້ຳຄືແຫຼ່ງກໍາເນີດ ອາຫານຂອງພວກເຮົາ, ພວກເຮົາພ້ອມກັນກ້າວໄປ” ພ້ອມທັງລະນຶກເຖິງ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 31 ປີ ພາຍໃຕ້ຄຳຂວັນ “ພ້ອມກັນຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ເພື່ອກຽດສັກສີຂອງທຸກຄົນ”.ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານນາງ ຮັ່ງ ທິ ທັນ ພາມ ຮັກສາການຜູ້ຕາງໜ້າອົງ ການອາຫານ ແລະ ການກະເສດ ປະຈຳລາວ ແລະ ທ່ານນາງ ມາຕີນ ເທເຣີ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳລາວ, ມີບັນດາເອກອັກຄະລັດຖະທູດ, ທູຕາ ນຸທູດ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ເພັດ ພົມພິພັກ ລາຍງານໃຫ້ຮູ້ວ່າ: ງານສະເຫລີມສະຫລອງ ວັນອາຫານໂລກ ແລະ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ໃນຄັ້ງນີ້, ແນ ໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນໃນທົ່ວໂລກ ກໍຄື ສປປ ລາວ ໄດ້ເຂົ້າໃຈເຖິງ ຄວາມທຸກຍາກ ແລະ ໄພອຶດຫິວ ເພື່ອໃຫ້ເຂົາເຈົ້າຮູ້ສຶກວ່າ ຕົນເອງມີກຽດ ສັກສີ, ມີເຫື່ອແຮງ ສະຕິປັນຍາຄືຄົນທົ່ວໄປ, ມີຄວາມກ້າຫານ ແລະ ມີຄວາມສາມາດ ບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້, ທັງເປັນການສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ ທຸກພາກສ່ວນມີສ່ວນຮ່ວມ ໃນການຜະລິດສະບຽງອາຫານ ໃຫ້ມີຄຸນນະພາບ, ພຽງພໍ ໂດຍຖືວ່ານໍ້າເປັນປັດໄຈສຳຄັນຕົ້ນຕໍ ໃນການຜະລິດກະສິກຳ; ສະນັ້ນ, ພວກເຮົາຕ້ອງຮ່ວມແຮງ ຮ່ວມໃຈກັນ ນໍາໃຊ້ນໍ້າຢ່າງປະຢັດ, ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ.