Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ກອງປະຊຸມ ສະຫຼຸບຜົນການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດໂຄງການ ຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ

ໃນຕອນບ່າຍຂອງວັນທີ 24 ຕຸລາ 2025 ທີ່ຜ່ານມາ, ທ່ານ ທອງເລີຍ ແສງອານົງ ຮອງຫົວໜ້າກົມ ຊົນລະປະທານ ເປັນປະທານກອງປະຊຸມ ສະຫຼຸບຜົນການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດໂຄງການ ຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ (Support Mision) ຂອງ IFAD, ມີທ່ານສຸລິວັນ ປັດຕິວົງ ຫວົໜ້າຜູ້ປະສານງານ IFAD ປະຈໍາ ສປປ ລາວ ພ້ອມດ້ວຍທີມງານ, ຕາງໜ້າກົມພາຍໃຕ້ກະຊວງການເງິນ ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທີມງານຈັດຕັ້ງປະຕິບັດໂຄງການຂັ້ນແຂວງ (ຫົວພັນ, ຊຽງຂວາງ, ຫຼວງພະບາງ ແລະ ໄຊຍະບູລີ) ແລະ ຂັ້ນເມືອງ 19 ເມືອງເປົ້າໝາຍຂອງໂຄງການ ເຂົ້າຮ່ວມຜ່ານອອນລາຍ ພ້ອມດ້ວຍທີ່ປຶກສາຂັ້ນສູນກາງເຂົ້າຮ່ວມ ຢ່າງພ້ອມພຽງ.



homescontents
homescontents