ອົງການ FAO ມອບອຸປະກອນການປູກຈິດສໍານຶກ ຕ້ານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ແລະ ປຶ້ມຄູ່ມືແນະນໍາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກກາ
ໃນວັນທີ 9 ກຸມພາ 2023, ອົງການອາຫານ ແລະ ການກະເສດ (FAO) ແຫ່ງສະຫະປະຊາຊາດ ໄດ້ມອບອຸປະກອນສື່ໂຄສະນາ ແລະ ປູກຈິດສໍານຶກ ເນື່ອງໃນໂອກາດສັບປະດາແຫ່ງຊາດ ກ່ຽວກັບການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ປະຈໍາປີ 2022 ແລະ ປຶ້ມຄູ່ມືແນະນໍາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກກາ (ASF) ໃນຄົວເຮືອນລ້ຽງໝູຂະໜາດນ້ອຍ ໃຫ້ແກ່ກົມລ້ຽງສັດ ແລະ ການປະມົງ (DLF), ກະຊວງກະສິກໍາ ແລະ ປ່າໄມ້. ການສະໜັບສະໜຸນອັນໃຫຍ່ຫຼວງນີ້ເກີດຂຶ້ນໄດ້ ຍ້ອນການປະກອບສ່ວນຈາກອົງການພັດທະ ນາສາກົນຂອງປະເທດອັງກິດ (UK Aid) ແລະ ສໍານັກງານຊ່ວຍເຫຼືອດ້ານມະນຸດສະທໍາ (BHA) ຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID).
ໃນພິທີມອບ-ຮັບ, ທ່ານ ນາງ ວິໄລພອນ ວໍລະພົມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ສະແດງຄວາມເປັນຫ່ວງເປັນ ໄຍຕໍ່ກັບການຮັບຮູ້ຂອງປະຊາຊົນທີ່ຈໍາກັດກ່ຽວກັບ AMR ແລະ ພະຍາດສັດຂ້າມແດນ ໂດຍສະເພາະພະຍາດ ASF. ທ່ານ ນາງ ວິໄລພອນ ວໍລະພົມ ຍັງໄດ້ຮັບຮູ້ເຖິງການປະກອບສ່ວນຂອງອົງການ FAO, UK Aid ແລະ ສຳນັກງານ BHA ຂອງ USAID ແລະ ໄດ້ກ່າວວ່າ: “ອຸປະກອນການສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນ ກ່ຽວກັບ AMR ແລະ ປຶ້ມຄູ່ມືແນະນໍາສໍາລັບປ້ອງກັນ ແລະ ຄວບຄຸມພະຍາດ ASF ເຫຼົ່ານີ້ ແນ່ນອນວ່າຈະຊ່ວຍຫຼຸດຜ່ອນການເຮັດວຽກຂອງກົມລ້ຽງສັດ ແລະ ການປະມົງ (DLF) ຢູ່ໃນຂັ້ນພາກສະໜາມ ເພື່ອຊ່ວຍປ້ອງກັນການໃຊ້ຢາຕ້ານເຊື້ອທີ່ບໍ່ຖືກຕ້ອງ ແລະ ຄວບຄຸມການລະບາດຂອງພະຍາດ ASF”. ທ່ານ ນາງ ວິ ໄລພອນ ວໍລະພົມ ຍັງໄດ້ກ່າວເພີ່ມຕື່ມວ່າ “ພາຍໃຕ້ຄວາມຮັບຮູ້ທີ່ດີຂຶ້ນນີ້, ການຫຼຸດຜ່ອນການນໍາໃຊ້ຢາຕ້ານເຊື້ອ ຈະປະກອບສ່ວນເຂົ້າໃສ່ເປົ້າໝາຍລວມ ທີ່ລະບຸໄວ້ໃນແຜນຍຸດທະສາດການຕ້ານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບແຫ່ງຊາດ ປະຈໍາປີ 2019-2023, ໃນຂະນະທີ່ຄວາມຮູ້ທີ່ເພີ່ມຂຶ້ນກ່ຽວກັບ ASF ສາມາດຊ່ວຍປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ.”
ອຸປະກອນສະໜັບສະໜູນດັ່ງກ່າວປະກອບມີ ເສື້ອໂປໂລ, ໝວກ, ກະເປົາພາຍ, ຕຸກນໍ້າເກັບຄວາມຮ້ອນ, ປະຕິທິນຕັ້ງໂຕະ, ປື້ມບັນທຶກ ກ່ຽວກັບ AMR ແລະ ປື້ມຄູ່ມືແນະນໍາສຳລັບພະຍາດ ASF ຕ່າງໆ ເຊັ່ນ: ການຕິດຕາມ ແລະ ການເຝົ້າລະວັງພະຍາດອະຫິວາໝູອາຟຣິກກາ; ຄວາມປອດໄພທາງຊີວະພາບໃນຟາມ, ການຂ້າ ແລະ ການນຳເອົາໝູມາລ້ຽງຄືນ; ການຂ້າທຳລາຍ ແລະ ການກຳຈັດຊາກໝູທີ່ຕິດພະຍາດອະຫິວາໝູອາຟຣິກກາ ແລະ ວິທີການທີ່ເປັນຕ່ອງໂສ້ ໃນການອະນາໄມສຳລັບພະຍາດອະຫິວາໝູອາຟຣິກກາໃນຄົວເຮືອນ ທີ່ລ້ຽງໝູຂະໜາດນ້ອຍ. ອຸປະກອນສະໜັບສະໜູນດັ່ງກ່າວ ມີມູນຄ່າລວມທັງໝົດຫຼາຍກວ່າ 25.000 ໂດລາສະຫະລັດອາເມລິກາ. ອຸປະກອນດັ່ງກ່າວ ຈະຖືກຈັດສົ່ງໄປທັງໝົດ 18 ແຂວງ ໃນ ສປປ ລາວ ເພື່ອຮັບປະກັນວ່າ ແຕ່ລະແຂວງ ມີອຸປະກອນການສ້າງຄວາມຮັບຮູ້ຢ່າງພຽງພໍ ເພື່ອດຳເນີນການໂຄສະນາ ແລະ ກິດຈະກໍາຕ່າງໆທີ່ກ່ຽວຂ້ອງ.
ຂ່າວ: ນ. ເຂັມມະໄລ ສົນດາວັນ